Covid ກໍຢ້ານແຕ່ວ່າລູກໆກໍຕ້ອງໄດ້ເອົາໃຈໃສ່ເບິ່ງແຍງ, ໂດຍສະເພາະພັດທະນາການຂອງເດັກໃນຊ່ວງເວລາກຳລັງຮຽນຮູ້ແມ່ນສຳຄັນຫລາຍ.
ຫຼາຍຄົນຄົງຈະໄດ້ຍິນວິທີການລ້ຽງລູກດ້ວຍແບບວິທີຕ່າງໆ ເພື່ອເສີມສ້າງພັດທະນາການສຳລັບເດັກນ້ອຍ ໂດຍສະເພາະແມ່ນການລ້ຽງລູກໃຫ້ເຂົ້າສັງຄົມ ຢູ່ກັບທໍາມະຊາດໂດຍຫລີກຫລ່ຽງການຢູ່ຕິດກັບຫນ້າຈໍໂທລະສັບມືຖື.
ແຕ່ໃນຊ່ວງຂອງການແຜ່ລະບາດຂອງພະຍາດ Covid 19, ທ່ານ ແລະ ລູກຂອງທ່ານຈຳເປັນຕ້ອງເກັບໂຕຢູ່ແຕ່ເຮືອນ, ບໍ່ສາມາດໄປໂຮງຮຽນ ຫຼື ໄປເຮັດກິດຈະກຳນອກບ້ານຄືກັນກັບແຕ່ກ່ອນໄດ້, ເພາະສະນັ້ນ, ອາດເຮັດໃຫ້ເກີດຄວາມກັງວົນວ່າ ສະຖານະການນີ້ຈະສົ່ງຜົນກະທົບຕໍ່ການລ້ຽງລູກແມ່ນບໍ່? ໂດຍສະເພາະແມ່ນທັກສະທາງສັງຄົມທີ່ເດັກນ້ອຍໄດ້ຮັບຈາກການໄປໂຮງຮຽນ ແລະ ການພົບກັບຫມູ່ເພື່ອນໃນຊີວິດຈິງ.
ອົງການ Unicef ຍັງໄດ້ແນະນຳວິທີງ່າຍໆແຕ່ມີປະສິດທິຜົນໃນການລ້ຽງລູກໃນໄລຍະການແຜ່ລະບາດຂອງພະຍາດ covid-19 ດັ່ງນີ້:
- ໃຫ້ຄວາມສຳຄັນກັບລູກໆທຸກຄົນ
ຖ້າທ່ານມີລູກຫຼາຍຄົນ ທ່ານຄວນຈະແບ່ງເວລາກັບລູກທຸກຄົນເທົ່າທຽມກັນ. ເຮັດໃຫ້ເດັກຮູ້ສຶກຮັກ ແລະ ຮູ້ສຶກເຖິງຄວາມອົບອຸ່ນປອດໄພທີ່ທ່ານມອບໃຫ້ ເຊິ່ງອາດຈະແບ່ງເວລາລະຫວ່າງລູກແຕ່ລະຄົນປະມານ 20-30 ນາທີ ແລະ ໃຊ້ເວລານີ້ເຮັດກິດຈະກຳຕ່າງໆທີ່ເຂົາຢາກເຮັດ ເພື່ອໃຫ້ລູກຂອງທ່ານຮູ້ວ່າເຂົາເປັນຄົນທີ່ສຳຄັນທີ່ສຸດ ເຊິ່ງກິດຈະກຳຈະແຕກຕ່າງກັນໄປຕາມໄວອາຍຸ:
- ສຳລັບເດັກອ່ອນທີ່ຫາກໍເກີດໃຫມ່, ທ່ານອາດຈະຮຽນແບບສຽງ ແລະ ສີໜ້າຂອງລາວ ຮ້ອງເພງແລະ ເຮັດໃຫ້ມີສຽງແປກໆເປັນຈັງຫວະຈາກອຸປະກອນຕ່າງໆໃນເຮືອນ.
- ໄວເດັກນ້ອຍ 3-5 ປີທ່ານອາດຈະອ່ານປື້ມນິທານໃຫ້ຟັງ, ຊ່ວຍກັນແຕ້ມຮູບລະບາຍສີ, ຮ້ອງເພງ ແລະ ຫລິ້ນເກມນຳກັນ.
- ສຳລັບເດັກທີ່ໃຫຍ່ແມ່ນເນັ້ນໃສ່ການໂອອ້ລົມກ່ຽວກັບສິ່ງຕ່າງໆທີ່ເຂົາສົນໃຈເຊັ່ນ: ກິລາ, ດົນຕີ, ຮູບເງົາທີ່ລາວມັກ. ຊ່ວຍກັນແຕ່ງກິນ ແລະ ອອກກຳລັງກາຍກນຳກັນ.
- ສອນເດັກນ້ອຍດ້ວຍຄວາມຮັກ
ບາງຄັ້ງລູກຂອງທ່ານອາດຈະເວົ້າບໍ່ຮູ້ເລື່ອງ, ບໍ່ຟັງຄວາມ ຈົນເຮັດໃຫ້ທ່ານຮູ້ສຶກງຸດງິດ, ແທນທີ່ຈະຮ້າຍດ່າເພື່ອໃຫ້ເຂົາຢຸດ ເຮົາມາລອງປ່ຽນວິທີການໄປສູ່ການຍ້ອງຍໍ ເພື່ອໃຫ້ເຂົາເຮັດໃນສິ່ງທີ່ທ່ານຕ້ອງການແທນ, ຕົວຢ່າງ: ຖ້າເຂົາມ້ຽນເຄື່ອງຫລິ້ນຫລັງຈາກຫລິ້ນສຳເລັດແລ້ວ, ໃຫ້ການຍ້ອງຍໍ ແລະ ບອກວ່າເຂົາເຮັດໄດ້ດີຫຼາຍ ເພື່ອຕໍ່ໄປໃຫ້ເຂົາຈົດຈຳສິ່ງນີ້ດ້ວຍໂຕຂອງເຂົາເອງໃນອະນາຄົດ.
- ສ້າງຕາຕະລາງໃຫ້ກັບລູກໆ
ເຖິງແມ່ນວ່າລູກຂອງທ່ານຈະບໍ່ໄປໂຮງຮຽນໃນເວລານີ້ ແຕ່ການຈັດຕາຕະລາງໃນຊີວິດປະຈໍາວັນສໍາລັບພວກເຂົາກໍຍັງເປັນສິ່ງທີ່ຈຳເປັນຢູ່ ເຊິ່ງອາດຈະແບ່ງອອກເປັນໄລຍະເວລາທີ່ທ່ານຕ້ອງການໃຫ້ລູກຂອງທ່ານຮຽນຮູ້ທີ່ຈະພັດທະນາທັກສະໃດເພີ່ມເຕີມ, ເວລາຫວ່າງເພື່ອເຮັດກິດຈະກໍາທີ່ພວກເຂົາມັກ, ເວລາອອກກຳລັງກາຍ ແລະ ເວລາພັກຜ່ອນ. ເມື່ອເດັກນ້ອຍມີຕາຕະລາງເວລາຂອງຕົນເອງແລ້ວ ທ່ານຍັງສາມາດ ກຳນົດຕາຕະລາງກັບວຽກຂອງທ່ານເອງ.
- ຮູ້ຈັກກຳຈັດອາລົມ ແລະ ຄວາມຕຶງຄຽດຂອງຄົນເອງ
ໃນຊ່ວງສະຖານະການການແຜ່ລະບາດຂອງ Covid-19 ເມື່ອຄວາມຮຸນແຮງນັບມື້ນັບເພີ່ມຂື້ນ, ທ່ານ ແລະ ລູກຂອງທ່ານອາດຈະສະສົມຄວາມຕຶງຄຽດ ແລະ ຄວາມຢ້ານ. ເຊິ່ງສາມາດແກ້ໄຂໄດ້ງ່າຍໂດຍການຊອກຫາຄົນທີ່ທ່ານໄວ້ໃຈເພື່ອໂອ້ລົມກ່ຽວກັບສະຖານະການ, ຫລີກລ້ຽງການໄດ້ຮັບຂ່າວສານ Social Media ຫຼາຍເກີນໄປທີ່ອາດເຮັດໃຫ້ທ່ານກັງວົນໃຈ.
ລວມທັງຖ້າມີເວລາຫວ່າງຈາກການເບິ່ງແຍງລູກເຊັ່ນ: ຕອນທີ່ເຂົານອນ ກໍໃຊ້ເວລານີ້ກັບຕົວເອງເພື່ອບັນເທົາຄວາມເມື່ອຍຈາກການເບິ່ງລູກຢູ່ບ້ານຫລາຍ.
- ອະທິບາຍສະຖານະການຂອງ Covid-19. ໃຫ້ລູກຮັບຮູ້ນໍາ
ສິ່ງທີ່ສຳຄັນທີ່ສຸດແມ່ນ ທ່ານຈໍາເປັນຕ້ອງອະທິບາຍສະຖານະການຂອງພະຍາດ Covid-19. ໃຫ້ລູກໄດ້ຮັບຮູ້ນຳແດ່ ເພື່ອເປັນການສອນໃຫ້ເດັກໄດ້ຮັບຮູ້ເຖິງການຮັບມືກັບສິ່ງໃໝ່ໆທີ່ເກີດຂື້ນ, ລວມທັງການສອນເດັກນ້ອຍບໍ່ໃຫ້ກັງວົນຕໍ່ສະຖານະການຫລາຍເກີນໄປ ເຊິ່ງອາດຈະເຮັດໃຫ້ເດັກນ້ອຍມີອັກຄະຕິກັບຄົນທີ່ຕິດພະຍາດ Covid 19 ໂດຍບໍ່ຮູ້ໂຕ.
#stayhome
#pingusenglishathome
#pinguseglishlaos
#awesome
#children
https://brandinside.asia/how-to-take-care-of-children-during-covid-19
https://www.wired.com/gallery/how-to-entertain-children-quarantine/